ພຸເບ້ຍ ຫຼັງຄາປະເທດບລາວ
ພູເບ້ຍ ຕັ້ງຢູ່ຫ່າງຈາກເທດສະບານເມືອງອະນຸວົງ ແຂວງໄຊສົມບູນ ໄປທາງທິດເໜືອປະມານ 4 ກິໂລແມັດ ຕັ້ງຢູ່ລະຫວ່າງເສັ້ນຂະໜານທີ 18°54' ຫາ 19°00' N ແລະ ເສັ້ນແວງທີ 103°05' ຫາ 103°10' E ນອນໃນພື້ນທີ່ປ່າປ້ອງກັນຊາດ, ເນື້ອທີ່ຂອງພູເບ້ຍແມ່ນ 29,999.9 ເຮັກຕາ (ເນື້ອທີ່ສໍາປະທານ). ພູເບ້ຍ ເປັນພູທີ່ສູງທີ່ສຸດໃນ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ມີຄວາມສູງ 2820 ແມັດ ຈາກລະດັບຫນ້ານໍ້າທະເລ ແລະ ເປັນຈອມພູສູງອັນດັບ 6 ໃນອາຊຽນ ຖັດຈາກພູຟານຊີປັນ 3,143 ແມັດຂອງປະເທດຫວຽດນາມ ແລະ ພູອາໂປ 2,950 ແມັດ ຂອງປະເທດຟີລິບປິນ. (ອັນດັບໜື່ງແມ່ນ ພູຄາກາໂບຣາຊີ ຢູ່ປະເທດພະມ້າ 5,881 ແມັດ). ລັກສະນະພື້ນທີ່ພູມສັນຖານຂອງພູເບັ້ຍ ສ່ວນໃຫຍ່ເປັນພູດິນສູງສະລັບຊັບຊ້ອນໄປດ້ວຍພູດິນສະລັບຊັບຊ້ອນກັບຜາຫີນ , ມີທິດເນັ່ງແຕ່ເໜືອຫາໃຕ້ ປົກຄຸມໄປດ້ວຍປ່າໄມ້ດົງດິບເຂດສູງ ສັດປ່າ ແລະ ພືດພັນນານາຊະນິດ ທີ່ມີ ຄວາມສູງຕັ້ງແຕ່ລະດັບ 1 , 300 ແມັດ ຫາ 2 , 828 ແມັດຈາກລະດັບນໍ້າທະເລ. ພູມອາກາດພູເບ້ຍເປັນ ອາກາດໜາວເຢັນທີ່ມີ ຄວາມແຕກຕ່າງກັນໄປ ຕາມລະດັບຄວາມສູງ ມີລົມພັດໂຊຍ ແລະ ມີເມກໝອກ ຝົນຝອຍເປັນບາງໄລຍະ . ສະເພາະຈອມພູເບ...