ພຸເບ້ຍ ຫຼັງຄາປະເທດບລາວ
ພູເບ້ຍ
ຕັ້ງຢູ່ຫ່າງຈາກເທດສະບານເມືອງອະນຸວົງ ແຂວງໄຊສົມບູນ ໄປທາງທິດເໜືອປະມານ 4 ກິໂລແມັດ
ຕັ້ງຢູ່ລະຫວ່າງເສັ້ນຂະໜານທີ 18°54' ຫາ 19°00'
N ແລະ ເສັ້ນແວງທີ 103°05' ຫາ 103°10'
E ນອນໃນພື້ນທີ່ປ່າປ້ອງກັນຊາດ,
ເນື້ອທີ່ຂອງພູເບ້ຍແມ່ນ 29,999.9 ເຮັກຕາ (ເນື້ອທີ່ສໍາປະທານ).
ພູເບ້ຍ ເປັນພູທີ່ສູງທີ່ສຸດໃນ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ມີຄວາມສູງ 2820 ແມັດ ຈາກລະດັບຫນ້ານໍ້າທະເລ ແລະ
ເປັນຈອມພູສູງອັນດັບ 6 ໃນອາຊຽນ ຖັດຈາກພູຟານຊີປັນ 3,143 ແມັດຂອງປະເທດຫວຽດນາມ ແລະ
ພູອາໂປ 2,950 ແມັດ ຂອງປະເທດຟີລິບປິນ. (ອັນດັບໜື່ງແມ່ນ ພູຄາກາໂບຣາຊີ ຢູ່ປະເທດພະມ້າ
5,881 ແມັດ).
ລັກສະນະພື້ນທີ່ພູມສັນຖານຂອງພູເບັ້ຍ
ສ່ວນໃຫຍ່ເປັນພູດິນສູງສະລັບຊັບຊ້ອນໄປດ້ວຍພູດິນສະລັບຊັບຊ້ອນກັບຜາຫີນ, ມີທິດເນັ່ງແຕ່ເໜືອຫາໃຕ້ປົກຄຸມໄປດ້ວຍປ່າໄມ້ດົງດິບເຂດສູງ
ສັດປ່າ ແລະ ພືດພັນນານາຊະນິດ ທີ່ມີຄວາມສູງຕັ້ງແຕ່ລະດັບ 1,300 ແມັດ ຫາ 2,828 ແມັດຈາກລະດັບນໍ້າທະເລ.
ພູມອາກາດພູເບ້ຍເປັນ ອາກາດໜາວເຢັນທີ່ມີຄວາມແຕກຕ່າງກັນໄປ ຕາມລະດັບຄວາມສູງ
ມີລົມພັດໂຊຍ ແລະ ມີເມກໝອກ ຝົນຝອຍເປັນບາງໄລຍະ. ສະເພາະຈອມພູເບ້ຍເປັນອາກາດໜາວເຢັນ
ອຸນະພູມສະເລ່ຍປະມານ 4 ຫາ 6 ອົງສາແຊນຊິສ
ມີເມກປົກຄຸມເກືອບຕະຫຼອດເວລາ ມີນຳກ້າມຕາມກິ່ງໄມ້ ໃບຫຍ້າ ແຕ່ຫິມະຕົກໜ້ອຍ ຫຼື ວ່າເກືອບບໍ່ມີເລີຍ.
ມີຈຸດໃຫ້ເບີ່ງຄວາມງາມ ຫຼາຍບ່ອນເຊັ່ນວ່າ:
ເຂດລຸ່ມເມກ ຫຼື ເຂດນ້ຳຕົກຕາດຫ້ວຍປ່າກ້ວຍ: ຊົມວິວທິວທັດຕົວເມືອງອະນຸວົງຕາມສອງຟາກສາຍນໍ້າຈັ້ງທີ່ໄຫຼຜ່ານ. ຜາຖໍ້າເຈົ້າອະນຸວົງ: ຖໍ້າປະຫວັດສາດ ພື້ນທີ່ ແລະ ສັນຍະລັກແຫ່ງຄວາມກ້າຫານຂອງວິລະກະສັດລາວລ້ານຊ້າງໃນສົງຄາມກູ້ຊາດຕ້ານການຮຸກຮານຂອງສັກດິນາສະຫຍາມ. ຊົມທິວທັດພູຫົວຊ້າງ, ຜາສາມຍອດ ແລະ ຈຸດຄົບກັນຂອງສອງສາຍນໍ້າທີ່ສຳຄັນ: ນໍ້າຈັ້ງ ແລະ ນໍ້າເບ້ຍ ສາຍນໍ້າທີ່ຜູກພັນກັບວິຖີຊີວິດຂອງປະຊາຊົນເມືອງອະນຸວົງ ມາແຕ່ບູຮານນະການ
ເຂດເໜືອເມກ ຈຸດໄມ້ໂລງເລງ: ຈຸດນີ້ຢູ່ໃນລະດັບຄວາມສູງຈາກລະດັບນໍ້າທະເລແຕ່ 2,500 ແມັດ ແຕ່ທາງຕາເວັນອອກຊ່ຽງເໜືອຂອງຈອມພູເບ້ຍ ດ້ວຍສະພາບທາງທຳມະຊາດ ຈຶ່ງສາມາດເອີ້ນກັນອີກຊື່ໜຶ່ງວ່າ “ຈຸດພຽງເມກ” ເພາະ ສະພາບທາງທຳມະຊາດຄ້າຍຄືປ່າໄມ້ເຂດພຽງເມກ ຈຶ່ງຖືວ່າ ເຂດນີ້ເປັນຕົວແທນຂອງລັກສະນະທາງທຳມະຊາດຂອງເຂດພຽງເມກໄດ້.
ຈຸດພັກຊົມທິວທັດເມືອງຜາໄຊ ແຂວງຊຽງຂວາງ
ຈຸດພັກຊົມທິວທັດຂອງຫິນສີລານໍແຮດ
ຈຸດເໜືອເມກ ຈຸດຈອມພູເບ້ຍ ຫຼັງຄາຂອງປະເທດລາວ
ຖ່າຍໂດຍ ປທ ຊອ ລິນທາ ຈັນທະລີມາ
ຖ່າຍໂດຍ ປທ ຊອ ລິນທາ ຈັນທະລີມາ
















ความคิดเห็น
แสดงความคิดเห็น